ບັນດາຄູ່​ຮ່ວ​ມມື

LSB

ສູນສະຖິຕິແຫ່ງຊາດລາວ(LSB) ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ (MPI), ມີໜ້າທີ່ໃນການ ລວບລວມປະເມີນຜົນການວິເຄາະ ແລະ ການລາຍງານສະຖິຕິຢ່າງ ເປັນທາງການດ້ານເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຮັບຜິດຊອບໃນການປະສານງານລະຫວ່າງໜ່ວຍງານຕ່າງໆ ທີ່ຮັບຜິດຊອ ບສຳລັບສະຖິຕິໃນຂະແໜງການ ແລະ ຫ້ອງການບໍລິຫານທີ່ແຕກຕ່າງກັນ. ນອກຈາກນີ້, LSB ແມ່ນຍັງມີໜ້າທີ່ໃນການສະໜອງສະຖິຕິດ້ານ ເສດຖະກິດ-ສັງຄົມ ໃຫ້ແກ່ໜ່ວຍງານທັງໝົດຂອງພັກ ແລະ ລັດຖະບານ, ທົ່ວທັງຂະແໜງການຕ່າງໆ ແລະ ລະດັບຫ້ອງການບໍລິຫານ, ເພື່ອຈຸດປະສົງໃນການລວບລວມການວິໃຈໃນນະໂຍບາຍຕ່າງໆ, ການຕິດຕາມຂອງ ການພັດທະນາເສດຖະກິດ-ສັງຄົມ, ການວາງແຜນ ແລະ ວິເຄາະໃນການພັດທະນາ ເສດຖະກິດ-ສັງຄົມ. ຄວາມຈຳເປັນໃນການນຳ ໃຊ້ຂໍ້ມູນທາງສະຖິຕິ ໃນການຕັດສິນໃຈ ໄດ້ເພີ່ມຂຶ້ນບໍ່ພຽງແຕ່ໃນການວາງແຜນ ເສດຖະ ກິດ-ສັງຄົມ ເທົ່ານັ້ນ ແຕ່ຍັງຢູ່ໃນການຕິດຕາມ ແລະ ປະເມີນຜົນຂອງວັດ ຖຸປະສົງແຫ່ງຊາດເຊັ່ນ: ການກຳຈັດຄວາມທຸກຈົນ ໃນປີ 2010, ແລະ ການຫຼຸດພົນອອກຈາ ກຄວາມເປັນປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2020. ນອກຈາກນັ້ນ, ຂໍ້ມູນທາງສະຖິຕິຍັງ ເປັນສິ່ງຈຳເປັນເພື່ອ ຊ່ວຍໃຫ້ ສປປ ລາວ ຕອບສະໜອງໜ້າທີ່ຂອງມັນໃນຂອບເຂດພູມິພາກ ແລະ ໂລກໂລກາພິວັດ.


CDE

ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ແມ່ນສູນຂອງມະຫາວິທະ ຍາໄລໃນເມືອງເບີນ ສຳລັບການວິ ໄຈການພັດທະນາຢ່າງຍືນຍົງ. ພາລະກິດຂອງມັນແມ່ນການສະໜັບ ສະໜູນການພັດທະນາແບບຍືນຍົງໃນບັນດ າປະເທດໃນພາກເໜືອ, ໃຕ້ ແລະ ຕາເວັນອອກ ຜ່ານການຮ່ວມມືໃນການວິໃຈ, ການສຶກສາ ແລະ ຝຶກອົບຮົມ, ການພັດທະນາຂອງ ແນວຄວາມຄິດ ແລະ ເຄື່ອງມື, ການເພີມຄວາມຮັບຮູ້ ແລະ ໃຫ້ຄຳແນະນຳໃນນະໂຍບາຍ. CDE ໄດ້ເນັ້ນໃສ່ການບໍລິຫານຈັດການຂອງ ຊັບພະຍາກອນທຳມະຊາດ, ການພັດທະນາພູມິພາ ກແບບລວມເຂົ້າກັນ ແລະ ການແຊກແຊງ ເພື່ອຫຼຸດຜ່ອນປັດໃຈຕ່າງໆ ທີ່ມາຈາກການປ່ຽນແປງຂອງໂລກ. ສູນສົ່ງເສີມຫຼັກການຂອງການ ເສີມອຳນາດການປົກຄອງ, ການເສີມສ້າງພະລັງອຳນາດ ແລະ ຄວາມຮ່ວມມືໃນຂະນະທີ່ຮັບຮູ້ຄວາມ ສຳຄັນຂອງການຄົ້ນຄົວ, ການວ່າງແຜນ ແລະ ການຕັດສິນໃຈໃນລະດັບພູມິພາກ, ລະດັບຊາດ ແລະ ລະດັບນານາຊາດ.


SDC

ອົງການຕົວແທນຂອງສະວິສະແລນສຳລັບການພັດທະນາ ແລະ ຄວາມຮ່ວມມື (SDC) ແມ່ນໜ່ວຍງານຄວາມຮ່ວມ ມືສາກົນຂອງປະເທດສະວິດສະແລນ. SDC ມີໜ້າທີ່ໃນການປະສານງານໂດຍລວມໃນກິດຈະກຳການພັດທະນາ ແລະ ຄວາມຮ່ວມມືກັບປະເທດທີ່ກຳລັງພັດທະນາ, ແລະ ການໃຫ້ຄວາມຊ່ວຍເຫຼືອມະນຸດທີ່ນຳສະເໜີ ໂດຍສະຫະພັນສະວິສະແລນ. ເປົ້າໝາຍຂອງຄວາມຮ່ວມມືໃນການພັດທະ ນາກໍ່ຄືການຫຼຸດຜ່ອນຄວາມຍາກຈົນ ໂດຍສົ່ງເສີມໃຫ້ເກີດການເພິ່ງ ພາໂຕເອງທາງເສດຖະກິດ ແລະ ການປົກຄອງຕົນເອງ, ເພື່ອນຳໄປສູ່ການປັບປຸງ ສະພາບຂອງການຜະລິດ, ຊ່ວຍໃນກາຊອກຫາແນວທາງ ການແກ້ໄຂບັນຫາສິ່ງແວດລ້ອມ ແລະ ໃຫ້ມີການເຂົ້າເຖິງ ທີ່ດີກວ່າໃນການສຶກສາ ແລະ ການບໍລິການສຸຂະພາບຂັ້ນພື້ນຖານ.



Follow us on FacebookSend by emailAdd to DeliciousPost to DiigoAdd to Google Bookmarks