lao decide info

ທີ່ກ່ຽວກັບໂຄງການ

ໂຄງການ Lao DECIDE info ຂອງສູນສະຖິຕິແຫ່ງຊາດລາວ (LSB) ແລະ ສູນການພັດທະນາ ແລະ ສິ່ງແວດລ້ອມ (CDE) ຂອງມະຫາວິທະຍາໄລເບີນໃນປະເທດ ສະວິດສະແລນ ໄດ້ຮັບທຶນສະໜັບສະໜູນຈາກຫ້ອງການ ຕົວແທນຂອງ ສະວິດສະແລນ ສຳລັບການພັດທະນາ ແລະ ສິ່ງແວດລ້ອມ ຮວ່ມມືກັບ (SDC) ເພືອສະໜັບສະ ໜູນການວາງແຜນທາງ ເສດຖະກິດ-ສັງຄົມ ແລະ ການຕັດສິນໃຈອີງຕາມການນຳ ໃຊ້ຢ່າງແທ້ຈິງໃນລະຫວ່າງຂະ ແໜງການ ແລະ ລະດັບຫ້ອງ ການບໍລິຫານທັງໝົດ ຜ່ານວຽການສົ່ງ ເສີມຜົນປະໂຫຍດ ແລະ ການເຜີຍແພ່ຂໍ້ມູນສະຖິຕິທາງ ພູມິສາດດ້ານ ເສດຖະກິດ ແລະ ສັງຄົມ.


ຄວາມ​ເປັນ​ມາ

ເຖິງແມ່ນວ່າຂໍ້ມູນພື້ນຖານທາງສະຖິຕິທີ່ຈຳເປັນມັກຈະມີຢູ່ແລ້ວແຕ່ວ່າຮູບແບບຂໍ້ມູນ ແລະ ຄວາມຈຳກັດໃນການເຂົ້າເຖິງ ໂດຍທົ່ວໄປແລ້ວແມ່ນຈະຍາກຕໍ່ການວິເຄາະຕາມເງື່ອນໄຂຂອງທາງ ເສດຖະກິດ-ສັງຄົມ ແລະ ການຕັດ ສິນໃຈ ແລະ ການວາງແຜນ ອີງຕາມການນຳໃຊ້ຢ່າງແທ້ຈິງ. ເພື່ອເຮັດໃຫ້ເປັນໄປຕາມຮູບແບບນະໂຍບາຍ ແລະ ການດຳເນີນງານຢ່າງມີປະສິດທິພາບ, ຢ່າງໃດກໍຕາມຜູ້ວາງແຜນ ແລະ ຜູ້ເຮັດການຕັດສິນໃຈຈຳເປັນຕ້ອງເຂົ້າເຖິງຂໍ້ມູນຄວາມຮູ້ທີ່ກ່ຽວຂ້ອງໃຫ້ທັນເວລາ. ເພື່ອສ້າງການວາງແຜນ ແລະ ການປະຕິບັດການພັດທະນາແບບຍືນຍົງ, ຂໍ້ມູນມູນພື້ນຖານທີ່ຈຳເປັນທີ່ມີ ໃນ ສປປ ລາວ ມັກຈະຂາດແຄນໃນລະດັບຫ້ອງການບໍລິຫານທັງໝົດ, ໂດຍສະເພາະໃນຂອບເຂດຂອງການພັດທະນາທາງ ເສດຖະກິດ-ສັງຄົມ ຢ່າງຍຸດຕິທຳ, ຂໍ້ມູນກ່ຽວກັບຄວາມແຕກຕ່າງ ທາງດ້ານການພັດທະນາດ້ານ ເສດຖະກິດ-ສັງຄົມ ໃນປະເທດລະຫວ່າງກຸ່ມປະຊາກອນທີ່ແຕກຕ່າງກັນ ແລະ ການປຽ່ນແປງຂອງພວກເຂົາໃນໄລຍະເວລາທີ່ຈຳເປັນຢ່າງຮີບດ່ວນ.


ການສົ່ງເສີມລະບົບການປົກຄອງອີງຕາມການນຳໃຊ້ທີ່ແທ້ຈິງ

ໂຄງການ DECIDE info ໄດ້ສ້າງຂຶ້ນພາຍໃຕ້ຜົນສຳເລັດ ແລະ ຜົນໄດ້ຮັບຂອງສອງໂຄງການເຊັ່ນ: ການສ້າງແຜນທີ່ຄວາມທຸກຢາກ ແລະ ປື້ມແຜນທີ່ກ່ຽວກັບເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໂຄງການນີ້ເປັນການພັດ ທະນາທີ່ກວມເອົາຖານຂໍ້ມູນທາງດ້ານພູມິສາດດ້ານ ເສດຖະກິດ-ສັງຄົມ ລະດັບຊາດ ໂດຍອີງໃສ່ຂໍ້ມູນຕົວເລກການສຳຫຼວດພົນລະເມືອງ ແລະ ທີ່ອາໃສ ໃນບໍ່ດົນມານີ້ ຂອງ ສປປ ລາວ. ນອກຈາກນີ້ຍັງໄດ້ພັດທະນາແຜນທີ່ຄວາມທຸກຈົນທີ່ມີລາຍລະອຽດສູງ ແລະ ປື້ມແຜນທີ່ກ່ຽວກັບເສດຖະກິດສັງຄົມຂອງ ສປປ ລາວ. ຜົນໄດ້ຮັບທັງສອງແມ່ນໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງໃນຮູບແບບຂອງປື້ມ ແລະ ທາງດິຈິຕອລ໌, ແລະ ຊ່ວຍສະແດງໃຫ້ເຫັນເຖິງມູນຄ່າຂອງການສ້າງຂໍ້ມູນທີ່ມີຄວາມລະອຽດທາງດ້ານ ເສດຖະກິດ-ສັງຄົມ ທີ່ມີຄວາມສະດວກ ແລະ ກວ້າງ ຂວາງ ແລະ ການສືບຕໍ່ເພີ່ມຂຶ້ນຂອງຄວາມຕ້ອງການໃນການເຂົ້າເຖິງຂໍ້ມູນດັ່ງກ່າວ.


ວິທີການຂອງໂຄງການ DECIDE info ທີ່ຈະພະຍາຍາມແກ້ໄຂບັນຫາຕໍ່ກັບຄວາມທ້າທາຍເຫຼົ່ານີ້

ຜ່ານການເຈລະຈາ ແລະ ການຈັດຕັ້ງປະຕິບັດກົດລະບຽບ ແລະ ແນວທາງໃນການເຂົ້າເຖິງຂໍ້ມູນໂດຍຜູ້ນຳໃຊທີ່ແຕກຕ່າງກັນ ໂຄງການ DECIDE info ເດີນໜ້າເຮັດວຽກເພື່ອໃຫ້ບັນລຸການເປີດໂອກາດໃຫ້ສາມາດເຂົ້າເຖິງຂໍ້ມູນຕົວເລກທາງດ້ານ ເສດຖະກິດ-ສັງຄົມ ແລະ ຂໍ້ມູນອື່ນໆ ໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້ ເພື່ອປັບປຸງການນຳໃຊ້ຂໍ້ມູນຮ່ວມກັນພາຍໃຕ້ຫຼັກການຂອງການຄວບຄຸມຄຸນນະພາບທີ່ດີ ແລະ ການຕິດຕາມການນຳໃຊ້ຂໍ້ມູນ. ມັນປະເມີນຜົນ ແລະ ການເພີ່ມຂຶ້ນຂອງຄວາມຮູ້ກ່ຽວກັບຄວາມພ້ອມ ແລະ ການນຳໃຊ້ຂໍ້ມູນຕົວເລກທາງດ້ານເສດຖະ ກິດ-ສັງຄົມ ແລະ ຂໍ້ມູນໂດຍນັກວາງແຜນ ແລະ ຜູ້ເຮັດການຕັດສິນໃຈໃນລະດັບຍ່ອຍແຫ່ງຊາດ, ແລະ ພັດທະ ນາວິທີການທີ່ເໝາະສົມສຳລັບການເຂົ້າເຖິງຂໍ້ມູນຕົວເລກ ແລະ ຂໍ້ມູນຂ່າວສານ ໂດຍຜູ້ເປັນຫຸ້ນສວ່ນທີ່ຫຼາກຫຼາຍໃນລະດັບຫ້ອງການບໍລິຫານທີ່ຕ່ຳກວ່າ. ໂດຍພັດທະນາວິທີການໃໝ່ໆ ເພື່ອເຜີຍແຜ່ຂໍ້ມູນ ແລະ ຂ່າວສານ ໃນຮູບແບບທີ່ແຕກຕ່າງໄປສູ່ຫຸ້ນສ່ວນທີ່ມີຄວາມຫຼາກຫຼາຍ ແລະ ໃນລະດັບທີ່ແຕກຕ່າງກັນ, ການເຜີຍແຜ່ທີ່ພຽງພໍຂອງຂໍ້ມູນທີ່ຕ້ອງການສະເພາະ ແລະ ຄວາມສາມາດຂອງຫຸ້ນສ່ວນທີ່ຈະໄດ້ຮັບຄວາມສຳເລັດ. ໂຄງການນີ້ແມນການພັດ ທະນາ ລະບົບຂໍ້ມູນຂ່າວສານອອນໄລນ໌ ທີ່ອຳນວຍຄວາມສະດວກໃຫ້ແກ່ການຈັດກຽມຂໍ້ມູນຂອງການຈັດເຮັດຂໍ້ມູນຂ່າວສານພິເສດ, ໃນຂະນະທີ່ຍັງສາມາດຄວບຄຸມລະດັບໃນການເຂົ້າເຖິງຂອງຜູ້ນຳໃຊ້ທີ່ແຕກຕ່າງໃນປະເພດທີແຕກຕ່າງ ແລະ ການລວບລວມຂອງຂໍ້ມູນຕົວເລກ. ເພື່ອໃຫ້ຮັບປະກັນຄວາມຍືນຍົງຂອງລະບົບດັ່ງກ່າວໃນສູນສະຖິຕິແຫ່ງຊາດລາວ (LSB), ໂຄງການການນີ້ເນັ້ນໃສ່ຄວາມສາມາດໃນການພັດທະນາໃນ LSB, ຊຶ່ງຈະຄ່ອຍໆເພີ່ມຄວາມເປັນເຈົ້າຂອງຂອງ LSB.



Follow us on FacebookSend by emailAdd to DeliciousPost to DiigoAdd to Google Bookmarks